Laozaa Project

ໂຄງການນີ້ເປັນໂຄງການຂອງ ທາງ laozaa ແລະຂ້າພະເຈົ້າກໍ່ຖືວ່າເປັນໂຄງການຂອງ laoubuntu ນຳເພາະວ່າ…..

ຜ່ານໄປ 1 ອາທິດຫລັງຈາກທີ່ໄດ້ອອກແບບສຳຫລວດໄປແລ້ວທີ່ ກະທູ້
http://laozaa.com/thread-6874-1-1.html

ປາກົດເຫັນວ່າ ສຽງສ່ວນໃຫຍ່ແມ່ນ ສະມາຊິກໃຫ້ຄວາມສົນໃຈກັບງານແປໂອເພິ່ນຊອດຫລາຍກ່ອນ
ເຊັ່ນທີ່ເຫັນກັນເດັ່ນໆ ແມ່ນໂປຣແກຣມ Mozila FireFox ແລະ ຂ້າພະເຈົ້າກໍ່ຖືວ່າເປັນການດີ ຫາກອ້າຍນ້ອງ ສະມາຊິກທີມງານສົນໃຈ
ດັ່ງນັ້ນກ່ອນທີ່ຈະເລີ່ມໂຄງການນີ້ຂ້າພະເຈົ້າຈຶ່ງໄດ້ກັບມາຂໍຄວາມຫມັ້ນໃຈກັບສະມາຊິກກ່ອນວ່າ ໂຄງການທຳອິດຂອງພວກເຮົາ ຄື: ແປ Mozila FireFox ເປັນພາສາລາວ

ເຊິ່ງຈຸດປະສົງຫລັກ ກໍ່ຄື
*ເພື່ອໃຫ້ປະຊົນລາວໄດ້ມີໂປຣແກຣມເວັບບຣາວເຊີ ຂອງດີໆ ທີ່ຟຣີ ໄວ້ໃຊ້ເປັນພາສາລາວ *

ເອົາເປັນວ່າຫາກສະມາຊິກທ່ານໃດ ສົນໃຈເຂົ້າຮ່ວມຂໍໃຫ້ສະແດງຕົວ ແລະ ຕິດຕາມຂ່າວຈາກພວກເຣົາໄດ້ທີ່ນີ້ເລີຍ
ຫລັງຈາກໄດ້ສະມາຊິກຈຳນວນຫນຶ່ງແລ້ວ ທາງທີມງານຈະໄດ້ນັດ ປະຊຸມກັບ ທີ່ປຶກສາ ອາວຸໂສ ກໍຄື ທ່ານ ນິນ ນັ້ນເອງ

ແລ້ວແຜນກໍຈະເລີ່ມ ຄາດວ່າຈະໃຊ້ເວລາບໍ່ດົນ ຫາກພີ່ນ້ອງເຮົາມາຊ່ວຍກັນ ເພື່ອຈະໄດ້ສຳເລັດໂຄງການນີ້

ພີ່ນ້ອງໃຜສົນໃຈແດ່?? ອອກຄຳເຫັນດ່ວນ

ດ້ວຍຄວາມຮັກແພງ

ມາແປ Gnome ກັນເທາະ

ຫາກກ່າວເຖິງ Gnome ຫລາຍຄົນຄົງຈະຮູ້ຈັກ ກັນດີຢູ່ແລ້ວເນາະໂດຍສະເພາະແມ່ນຄົນທີ່ເຄຍໃຊ້ Linux
ມາກ່ອນແລ້ວແມ່ນຄົງຈະຮູ້ດີສຳລັບຜູ້ທີ່ຍັງບໍ່ຮູ້ Gnome ແມ່ນ ສະພາບແວດລ້ອມ ຫລື GUI
(Graphic User Interface)ຫນຶ່ງຂອງ Linux ທີ່ເປັນ Open Source
ແລະ ສາມາດພັດທະນາມາເປັນພາສາລາວໄດ້ ສະນັ້ນແລ້ວ ພີ່ນ້ອງຊາວລາວເຮົາທີ່ຢາກເຫັນລະບົບປະຕິບັດການທີ່ເປັນພາສາລາວ ກໍລະດົມໃຫ້ມາຊ່ວຍກັນແປຊ່ວຍກັນແລະໃນຕອນນີ້ທາງທີມ laoubuntu ກຳລັງພັດທະນາລະບົບປະຕິບັດງານ Linux
ທີ່ Based ໃນ Linux ubuntuແລະກໍ່ໃກ້ຈະສຳເລັດໃນໄວໆນີ້ແລ້ວທາງສ່ວນຊຸດໂປແກຣມແລະສ່ວນການໃຊ້ງານ
ແມ່ນແກ້ໄຂໃຫ້ເຫມາະສົມກັບຜູ້ເລີ່ມຕົ້ນກໍ່ເກືອບວ່າຈະສົມບູນແລ້ວຂາດແຕ່ສ່ວນພາສາລາວທີ່ເປັນພາສາຫລັກຂອງເຮົາ ຄິດວ່າຢາກໃຫ້ມີຫນ້າຕາອອກມາເປັນພາສາລາວເຕັມໂຕ :p
ດັ່ງນັ້ນການທີ່ເຮົາຈະເຮັດໃຫ້ມີເມນູຫລືຂໍ້ຄວາມຕ່າງໆໃນສ່ວນຂອງຊຸດໂປຣແກຣມເປັນພາສາລາວໄດ້ເຮົາກໍ່ຕ້ອງໄດ້ແປ
ເຊິ່ງວ່າຫນ້າຕາທີ່ເຮົາເຫັນໃນ ubuntu ນັ້ນແມ່ນ gnome Desktop ແລະເຮົາຈະແປສ່ວນນີ້ກ່ອນເປັນຫລັກ
ເຊິ່ງວ່າຕອນນີ້ທາງທີມຂອງພວກເຮົາແມ່ນຢັງຂາດຂາດທີມງານທີ່ຈະມາຊ່ວຍໃນການແປ
ສະນັ້ນ ທາງທີມງານຂອງພວກເຮົາເຮົາຈຶ່ງໄດ້ປະກາດຫາຜູ້ທີ່ສົນໃຈຮ່ວມອຸດົມການອັນນ້ອຍໆ
ເພື່ອສ້າງສັນໃຫ້ປະເທດຊາດໄດ້ມີລະບົບຂອງລາວເຮົາໃຊ້ເອງ

ເຊິ່ງລາຍລະອຽດມີດັ່ງນີ້

1.ໄດ້ພາສາອັງກິດ(ໄດ້ຫນ້ອຍຫນື່ງກໍ່ໄດ້ ໄດ້ຫລາຍແຫ່ງດີ ເຮົາມີ Dictionary ໃຫ້)
2. ເຄີຍໃຊ້ LINUX (ບໍ່ເຄີຍບໍ່ເປັນຫຍັງດຽວເລີ່ມນຳກັນ ຈະມີການອົບຮົມໃຫ້)
3. ມີຄວາມຮັບຜິດຊອບ
4. ຮັກທີ່ຈະເຮັດວຽກກັບ Open Source
5. ຮັກໃນງານອາສາສະຫມັກ ແລະ ຊ່ວຍເຫລືອເພື່ອນມະນຸດ ຮັກໃນການພັດທະນາແລະຫາຄວາມຮູ້ໃຫມ່ໆ

ລາຍລະອຽດກໍ່ບໍ່ມີຫຍັງຫລາຍສຳຫລັບຜູ້ທີ່ສົນໃຈຂໍພຽງຢາກເຮັດແລະຕັ້ງໃຈທີ່ຈະເຮັດ
ບໍ່ຕ້ອງກັງວົນວ່າເຮົາບໍ່ໄດ້ຫຍັງແລ້ວຈະເຮັດໄດ້ບໍ່ເຮົາຕອບເລີຍວ່າໄດ້ ບໍ່ເປັນຫຍັງ
(ບາງເທື່ອຊິລົມກັບທາງຫົວຫນ້າທີມ Os555 ວ່າເພີ່ນຊິຈັດ ອົມຮົມສະເພາະງານນີ້ໄດ້ບໍ່ -..-)
ເອົາເປັນວ່າໃຜສົນໃຈກໍ່ລົງຊື່ໄວ້ລຸ່ມນີ້ໃຫ້ໃສ່ຊື່(ຫລີ້ນຫລືແທ້ກະໄດ້ໃຊ້ໄວ້ເອີ້ນກັນຫັ້ນແຫລະ ແລ້ວກໍ່ Email )

ປລ.ການມາເປັນທີມແປບໍ່ມີຄ່າຕອບແທນ ແລະ ບໍ່ເສີຍຄ່າໃຊ້ຈ່າຍໃດໆທັງນັ້ນ ເຮັດວຽກແບບອາສາສະຫມັກຮັກດ້ວຍໃຈ

ເຮົາຮູ້ເຮົາ give ເຮົາບໍ່ຮູ້ເຮົາ get ເພື່ອໃຫ້ສັງຄົມເຮົາ ຫນ້າຮັກ ແລະ ສົດໃສຂື້ນ

ດ້ວຍຮັກ ຈາກທີມງານ laoubuntu

GOOGLE Group ຂອງ Lao ubuntu

ເອົາລະພໍ່ແມ່ພີ່ນ້ອງ ຫາກໃຜສົນໃຈຮັບຂ່າວສານ ຈາກທີມງານເຮົາ ທ່ານສາມາດເຂົ້າຮ່ວມ Mailing List ຈາກທາງທີມງານໄດ້ທີ່

http://groups.google.com/group/laoubuntu

ແຕ່ທ່ານຕ້ອງມີ Gmail ກ່ອນເພື່ອຈະໃຊ້ໃນການຮັບສົ່ງເມວແລະ Login ໃນ google

ຕອນນີ້ທາງທີມງານກຳລັງລະດົມຄົນເພື່ອຊ່ວຍສ້າງສັນພາສາລາວໃນ Linux ໃຫ້ເຫັນເປັນຮູບຮ່າງຄືປະເທດອື່ນ
ແປ Gnome
ທາງທີມງານຈະມີການຈັດ ອົບຮົມສຳລັບສະມາຊິກທີ່ອາສາສະຫມັກເຂົ້າຮ່ວມໂຄງການນີ້ເອົາເປັນວ່າພວກເຮົາຈະລາຍງານຄວາມຄືບຫນ້າ ໃຫ້ທ່ານຮູ້ອີກເປັນໄລຍະໄລຍະ
ຂອບໃຈ

ທີມງານ Lao ubuntu