10.04 ubuntu release party and laozaa birthday
copy ມາຈາກຂອງ @os555 ເລີຍກໍ່ແລ້ວກັນ ພໍດີບໍ່ຫວ່າງຊ່ວງນີ້
ເນື່ອງໃນໂອກາດທີ່ການຫນູນ ອ້ອມຕົວເອງຂອງໂລກ ໃກ້ຈະມາບັນຈົບຄົບຮອບ ອີກວາລະຫນຶ່ງ
ເຊິ່ງໃນທີ່ນີ້ກໍແມ່ນວັນເກີດລາວຊ້າ ທີ່ຄົບຮອບ ການກໍຕັ້ງຢ່າງເປັນທາງການແລ້ວ 3 ປີ
ດັ່ງນັ້ນທາງທີມງານຈຶ່ງຢາກຂໍຮຽນເຊີນທ່ານສະມາຊິກ ທັງຂະປະຈຳແລະ ສະມາຊິກໃຫມ່ ທັງໃກ້ແລະໄກ ເຂົ້າຮ່ວມກິດຈະກຳອັນເປັນການສະເຫລີມສະຫລອງ ແລະ ລະນຶກເຖິງຄວາມຫລັງຂອງຊຸມຊົນແຫ່ງນີ້ຈົນຮອດປະຈຸບັນ
ລາຍລະອຽດເນື້ອໃນລາຍການມີດັ່ງນີ້

ການຈັບສະຫລາກລາງວັນ ຈາກ ຂ້າພະເຈົ້າເອງ ເປັນປຶ້ມສອນ Hack ພາສາໄທ ແລະຂອງລາງວັນອື່ນໆ
ຫົວຂໍ້ທີ່ຫນ້າສົນໃຈໃນງານນີ້ແມ່ນ
ທ່ານ ອາລຸນ Snapter ເພິ່ນຈະເວົ້າເລື່ອງການ Hack ຂັ້ນເທບ ແຕ່ບໍ່ຂໍເປີດເຜີຍຫົວຂໍ້ເທື່ອ ເອົາໄວໃຫ້ຕື່ນເຕັ້ນວ່າຊັ້ນ
Creating online maps with OpenStreetMap data on Ubuntu ” ໂດຍ > ທ່ານ Adrian Weber ຊ່ຽວຊານ GIS Application Developer
ສະນັ້ນແລ້ວຢ່າພາດ ອິອິ
ສຳລັບ ເວລາແມ່ນວັນທີ່ 08 / 05 / 2010 ຕອນບ່າຍ 2 ໂມງ ຫາ ແລງ
ສະຖານທີ່ ແມ່ນ ຖະຫນົນຄູວຽງ ວົງວຽນທາດຂາວ
ແຜນທີ່

ສຳລັບ ສະມາຊິກທີ່ຈະເຂົ້າຮ່ວມ ແມ່ນໃຫ້ລົງນາມໄວ້ ເພື່ອທາງທີມງານຈະໄດ້ກະກຽມອາຫານວ່າງໄວ້ໄດ້ກົງກັບຈຳນວນ
ຢໍ້າ ວ່າໃຫ້ລົງສະເພາະຜູ້ທີ່ແນ່ໃຈວ່າຈະໄປຮ່ວມໄດ້ເທົ່ານັ້ນ ເພາະວ່າ ຫາກລົງຊື່ແລ້ວບໍ່ໄປຈະເຮັດໃຫ້ທີມງານເຮົາກະກຽມໄດ້ຜິດພາດ
ການລົງນາມເຂົ້າຮ່ວມແມ່ນໃຫ້ຂຽນດັ່ງນີ້:
ຊື່:
UserName:
ສາມາດເຂົ້າຮ່ວມໄດ້ 1000 % ບໍ່ບ້ຽວ
ສຳລັບໃຜບໍ່ສະດວກລົງນາມຜ່ານເວັບກໍບໍ່ເປັນຫຍັງ ສາມາດໄປ ໄດ້ເລີຍເນາະຊວນຫມູ່ ຫລື ແຟນໄປນຳກໍໄດ້
ໃຜທີ່ເຂົ້າຮ່ວມງານຈະໄດ້ Sticker Ubuntu ເປັນຂອງຂວັນເນາະ ຜູ້ໃຜມາຊ້າ ຫມົດກ່ອນແລ້ວຈະອົດ
ຫວັງວ່າສະມາຊິກຄົງສະຫລະເວລາມາຮ່ວມງານນຳກັນ
ຫົວຫນ້າທີມງານລາວຊ້າ
ໂອ້ດ
ສະຫລຸບແລ້ວ ອີກສາມມື້ກໍ່ຈະອອກແລ້ວ ເອົາເປັນວ່າພີ່ນ້ອງກຽມໂຕໄດ້ເລີຍຍຍຍ
