ໂຄງສ້າງຂອງລະບົບ unix/linux

ເກັບຕົກມາຈາກງານ release party ພໍດີມີຄົນຖາມວ່າ kernel ມັນແມ່ນຫຍັງ ເຮົາກໍ່ເວົ້າໆໄປຜ່ານໆ ເອົາເປັນວ່າມື້ນີ້ມາຊ້ຳຄືນອີກເທື່ອກໍ່ແລ້ວກັນ ໃນລະບົບ unix / linux ນັ້ນໂດຍພື້ນຖາມມັນຈະມີຫລັກການເຮັດວຽກທີ່ຄືກັນໂດຍອາໄສ kernel ເປັນໂຕເຊື່ອມລະຫວ່າງ apps ກັບ shell ໄປຈົນຮອດ ອຸປະກອນຕ່າງໆ ແບ່ງອອກເປັນ ສີ່ ລຳດັບແບບນີ້ application V kernel V shell V hardware application : ຄືສ່ວນໂປຣແກຣມຕ່າງໆ ທີ່ຜູ້ພັດທະນາຫລືຜູ້ໃຊ້ ຂຽນຂື້ນມາຫລື ຕິດຕັ້ງເພື່ອໃຊ້ງານ ກໍ່ແລ້ວແຕ່ ເຊັ່ນ pelr, php, c.. ເປັນຕົ້ນ kernel : ຄືສ່ວນທີ່ໃຊ້ຄວບຄຸມການເຮັດວຽກຂອງລະບົບທັງຫມົດ ໂຕເຄເນລຈະຂື້ນຢູ່ກັບອຸປະກອນຂອງແຕ່ລະລຸ້ນ ເຊັ່ນ i386 shell : ຄື command interpreter ທີ່ເປັນໂຕກາງໄວ້ຖ້າຮັບຄຳສັ່ງຈາກຜູ້ໃຊ້ວຽກຜ່ານທາງ ຄີບອດແລ້ວແປຄຳສັ່ງຕ່າງໆ [...]

ຫມົດຢຸກ Dreamweaver

Dreamweaver ຖືວ່າເປັນໂປຣແກຣມສຸດນິຍົມໂຕຫນື່ງ ບໍ່ມີນັກພັດທະນາເວບຄົນໃດບໍ່ຮູ້ຈັກ Dreamweaver ເປັນຂອງ Adobe ແລະມັນມີຫນ້າທີ່ເປັນທັງ Web Design ແລະ Web Application ແຕ່ຫາກວ່າໂປຣແກຣມດັ້ງກ່າວເປັນແບບຕ້ອງເສິຍເງິນຊື້ມາ ແລະຫາກມື້ຫນື່ງທ່ານຊອກຫາ Application ໃນການພັດທະນາ ແບບຟຣິໆ Opensource Software ກໍ່ຄືທາງອອກຂອງຄຳຕອບທ່ານເພາະມັນມີ Application IDE ອີກຫລາຍໆໂຕທີ່ເຫມາະສົມແລະສາມາດໃຊ້ແທນ Dreamweaver ໄດ້ 1. PHP Eclipse ອັນນີ້ເຫມາະກັບການສ້າງຫລືໃຊ້ກັບ ພວກ PHP Object Oriented ແຕ່ຖ້າເອົາໄປໃຊ້ກັບ Dynamic HTML ແລະ CSS ກໍ່ບໍ່ເຫມາະປານໃດ 2. Quanta Plus ໃຊ້ແທນ Dreamweaver ໄດ້ເລີຍຖ້າຫາກວ່າທ່ານໃຊ້ Dynamic HTML ເກັ່ງໂດຍບໍ່ອາໃສ Table ຜູ້ຂຽນຄິດວ່າດີກ່າວ Dreamweaver ເພາະ FTP ຄ່ອນຂ້າງດີກ່ວາ 3. [...]

Ubuntu: For Desktops, Servers, Netbooks and in the cloud