Nov
30
ການຕິດຕັ້ງ conky ໃນ ອູບັນຕູ 8.10
ແບບວ່ານັ່ງໄປນັ່ງມາອາກາດຫນາວໆ ເລີຍມາຂຽນບົດຄວາມໃຫ້ພີ່ນ້ອງໄດ້ອ່ານກັນ ກັບການຕິດຕັ້ງ conky ໃຫ້ກັບອູບັນຕູເຊິ່ງ conky ແມ່ນເປັນໂປຣແກຣມທີ່ສະແດງລາຍລະອຽດຂອງລະບົບໃນປະຈຸບັນອອກມາທາງຫນ້າຈໍ ບໍ່ເວົ້າຍາວເນາະເລີ່ມກັນເລີຍ ເປີດ terminal ຂຶ້ນມາແລ້ວພິມ sudo apt-get install conky ຫລັງຈາກນັ້ນລະບົບຈະທຳການດາວໂຫລດແລະຕິດຕັ້ງ conky ຫລັງຈາກສຳເລັດແລ້ວໃຫ້ທົດລອງເປີດໂປຣແກຣມດ້ວຍຄຳສັ່ງ $ conky ຈະສັງເກດເຫັນວ່າຫນ້າຕາບໍ່ຄ່ອຍງາມປານໃດເນາະ ບາດນີ້ເຣົາມາປັບແຕ່ງຫນ້າຕາມັນຈັກຫນ່ອຍກ່ອນ ດ້ວຍຄຳສັ່ງ

