Debian GNU/Linux 5.0 ອອກແລ້ວ

ເມື່ອວັນແຫ່ງຄວາມຮັກຜ່ານມາ Lenny ຫລື Debian GNU/Linux 5.0 ກໍ່ໄດ້ອອກມາໃຫ້ເຮົາສຳພັດກັບມັນແລ້ວ ຫລັງຈາກທີ່ໄດ້ງຽບມາດົນເຖິງ 22 ເດືອນ Debian ເປັນ Linux distribution ດຽວທີ່ສະຫນັບສະຫນຸນຊີພີຍູເຖິງ 12 ແບບລວມໄປຮອດການທີ່ມີ Windows Manager ແບບ KDE, GNOME, Xfce ແລະ LXDE ອີກນຳ ໃນເວີຊັ້ນນີ້ສະຫນັບສະຫນຸນການເຮັດວຽກກັບ FSH 2.3 ແລະການພັດທະນາຊ໊ອບແວເທິງ LSB Debian GNU/Linux ສາມາດເຮັດວຽກເທິງອຸປະກອນແບບ Palmtop ແລະອຸປະກອນມືຖືໄປຈົນຮອດ supercomputer ແລະນີ້ເອງກໍ່ຄືຂໍ້ໄດ້ປປຽບຂອງ Debian ສະຫນັບສະຫນຸນ CPU ເຖິງ 12 ສະຖາປັດຕະຍະກຳເຊັ່ນ Sun SPARC (sparc), HP Alpha (alpha), Motorola/IBM PowerPC (powerpc), [...]

ການຕິດຕັ້ງ conky ໃນ ອູບັນຕູ 8.10

ແບບວ່ານັ່ງໄປນັ່ງມາອາກາດຫນາວໆ ເລີຍມາຂຽນບົດຄວາມໃຫ້ພີ່ນ້ອງໄດ້ອ່ານກັນ
ກັບການຕິດຕັ້ງ conky ໃຫ້ກັບອູບັນຕູເຊິ່ງ conky ແມ່ນເປັນໂປຣແກຣມທີ່ສະແດງລາຍລະອຽດຂອງລະບົບໃນປະຈຸບັນອອກມາທາງຫນ້າຈໍ
ບໍ່ເວົ້າຍາວເນາະເລີ່ມກັນເລີຍ
ເປີດ terminal ຂຶ້ນມາແລ້ວພິມ
sudo apt-get install conky
ຫລັງຈາກນັ້ນລະບົບຈະທຳການດາວໂຫລດແລະຕິດຕັ້ງ conky
ຫລັງຈາກສຳເລັດແລ້ວໃຫ້ທົດລອງເປີດໂປຣແກຣມດ້ວຍຄຳສັ່ງ
$ conky
ຈະສັງເກດເຫັນວ່າຫນ້າຕາບໍ່ຄ່ອຍງາມປານໃດເນາະ
ບາດນີ້ເຣົາມາປັບແຕ່ງຫນ້າຕາມັນຈັກຫນ່ອຍກ່ອນ
ດ້ວຍຄຳສັ່ງ

Ubuntu: For Desktops, Servers, Netbooks and in the cloud