ຕັ້ງ Web server ງ່າຍໆກັບ apt-get

ປະຈຸບັນ linux ນັບມື້ນັບພັດທະນາໃຫ້ໃຊ້ວຽກໄດ້ງ່າຍກ່ອນເກົ່າບໍ່ວ່າຈະເປັນ ຕະກູນໃດ ນັບແຕ່ການຕິດຕັ້ງ application ຮອດ configuration
ຈາກແຕ່ກ່ອນການຈະເຮັດ webserver ອາດເປັນເລື່ອງຢາກ ຕ້ອງໄດ້ຕິດນັ້ນຕັ້ງນີ້ກ່ວາຈະໄດ້ຕ້ອງນຳກັນເອົາແທ້ເອົາວ່າ
ເອົາລະມື້ນີ້ພໍດີໄດ້ເຮັດ webserver ກໍ່ເລີບເອົາມາແປະໆໄວ້ how-to
>terminal
ຕັ້ງ apache ກັນກ່ອນ
root@debian:~$ apt-get install apache2
ຕໍ່ດ້ວຍ php
root@debian:~$ apt-get install php5 libapache2-mod-php5 php5-xsl php5-gd php-pear
ແລະ mysql server ຖ້າມັນຖາມ password ກໍ່ໃສ່ໄປ (root ຂອງ mysql)
root@debian:~$ apt-get install mysql-server
ລົງໂມດທີ່ຈຳເປັນ
root@debian:~$ apt-get install libapache2-mod-auth-mysql php5-mysql mysql-admin
ແລະ sql controlpanel ຍອດນິຍົມ
root@debian:~$ apt-get install phpmyadmin
ພຽງເທົ່ານີ້ທ່ານກໍ່ມີ webserver ພ້ອມໃຊ້ແລ້ວ

Debian GNU/Linux 5.0 ອອກແລ້ວ

ເມື່ອວັນແຫ່ງຄວາມຮັກຜ່ານມາ Lenny ຫລື Debian GNU/Linux 5.0 ກໍ່ໄດ້ອອກມາໃຫ້ເຮົາສຳພັດກັບມັນແລ້ວ ຫລັງຈາກທີ່ໄດ້ງຽບມາດົນເຖິງ 22 ເດືອນ Debian ເປັນ Linux distribution ດຽວທີ່ສະຫນັບສະຫນຸນຊີພີຍູເຖິງ 12 ແບບລວມໄປຮອດການທີ່ມີ Windows Manager ແບບ KDE, GNOME, Xfce ແລະ LXDE ອີກນຳ ໃນເວີຊັ້ນນີ້ສະຫນັບສະຫນຸນການເຮັດວຽກກັບ FSH 2.3 ແລະການພັດທະນາຊ໊ອບແວເທິງ LSB Debian GNU/Linux ສາມາດເຮັດວຽກເທິງອຸປະກອນແບບ Palmtop ແລະອຸປະກອນມືຖືໄປຈົນຮອດ supercomputer ແລະນີ້ເອງກໍ່ຄືຂໍ້ໄດ້ປປຽບຂອງ Debian ສະຫນັບສະຫນຸນ CPU ເຖິງ 12 ສະຖາປັດຕະຍະກຳເຊັ່ນ Sun SPARC (sparc), HP Alpha (alpha), Motorola/IBM PowerPC (powerpc), [...]

Ubuntu: For Desktops, Servers, Netbooks and in the cloud