Jan
27
ການ format ຄວາມຈຳໃນ linux
ຫລາຍຄົນຄົງສົງໃສວ່າເອ່…ຕອນຄຣິກຂວາຢູ່ລີນຸກເປັນຫຍັງມັນບໍ່ມີຄຳວ່າ format (ເວັ້ນແຕ່ເຮົາຈະເຮັດໃສ່ເອງ) ນັ້ນກໍ່ເພາະວ່າລະບົບຈັດການຫລືການຈັດລຽງຂໍ້ມູນໃນຫນ່ວຍຄວາມຈຳຂອງລີນຸກ(ext type ) ມັນເປັນລະບົບທີ່ມີຄວາມລະອຽດໃນການເຮັດວຽກຫລືເວົ້າງ່າຍໆ ມັນ ດີ ອ້າວແລ້ວບາດນີ້ເວລາເຮົາຢາກ format ເດ່ຕ້ອງເຮັດແນວໃດ໋ ຖ້າຫາກຄວາມຈຳດັ່ງກ່າວເປັນ usb mmc …. ພວກນີ້ເດ່ຊິເຮັດແນວໃດ ຖ້າຫາກວ່າມື້ຫນື່ງຫມູ່ຍືມຍູເອສບີໄປແລ້ວເອົາໄປສຽບກັບວິນໂດ້ກັບມາໄວຣັດເຕັມ ຢາກ ຟໍມາສສສ (ອອກສຽງຕາມos555) ຊິເຮັດແນວໃດ

