laozaa ລະດົມພົນຮ່ວມໃຈແປ “ຫມາປີ້ງ”
ອັນນີ້ແມ່ນອ້າງອີງຈາກຄຳເວົ້າຂອງ au8ust
ຕອນນີ້ໂຄງການແປ Firefox ໄດ້ຄືບໜ້າໄປຫຼາຍແລ້ວ ຫຼ້າສຸດແມ່ນສາມາດ compile ເປັນ .xpi ທີ່ໃຊ້ໄດ້ກັບທຸກ OS ໄດ້ແລ້ວ ບໍ່ວ່າທ່ານຈະໃຊ້ Firefox ໃນ Windows ໃນ Mac OS X ຫຼືໃນ Linux ເຊັ່ນ Ubuntu, Fedora, etc.. ທ່ານກໍ່ສາມາດນຳໃຊ້ Firefox ພາສາລາວໄດ້ຢ່າງງ່າຍດາຍພຽວລົງ addon ພາສາລາວເພີ່ມເທົ່ານັ້ນ!!

ຮູບດ້ານເທິງ (ສະກົດ ເຄື່ອງ ຜິດ .. ຂໍອະໄພ ຟ້າວໂພດ) ເປັນການທົດສອບແບບໜ້າ About ຂອງ Firefox ເຊິ່ງຫຼັງຈາກແປແລ້ວ ໆ ກໍ່ຈັດການ compile ແລະທົດສອບ ປະກົດວ່າໃຊ້ໄດ້ບໍ່ມີຜິດພາດ (ອັນທີ່ຈິງມີ) ເຊິ່ງກໍ່ສາມາດສະຫຼຸບໄດ້ວ່າ ບັນຫາດ້ານເທັກນິກໃນການແປນັ້ນ ຖືກຈັດການຮຽບຮ້ອຍແລ້ວ
ແລ້ວເຫຼືອບັນຫາຫຍັງ? (more…)
Laozaa Project
ໂຄງການນີ້ເປັນໂຄງການຂອງ ທາງ laozaa ແລະຂ້າພະເຈົ້າກໍ່ຖືວ່າເປັນໂຄງການຂອງ laoubuntu ນຳເພາະວ່າ…..
ຜ່ານໄປ 1 ອາທິດຫລັງຈາກທີ່ໄດ້ອອກແບບສຳຫລວດໄປແລ້ວທີ່ ກະທູ້
http://laozaa.com/thread-6874-1-1.html
ປາກົດເຫັນວ່າ ສຽງສ່ວນໃຫຍ່ແມ່ນ ສະມາຊິກໃຫ້ຄວາມສົນໃຈກັບງານແປໂອເພິ່ນຊອດຫລາຍກ່ອນ
ເຊັ່ນທີ່ເຫັນກັນເດັ່ນໆ ແມ່ນໂປຣແກຣມ Mozila FireFox ແລະ ຂ້າພະເຈົ້າກໍ່ຖືວ່າເປັນການດີ ຫາກອ້າຍນ້ອງ ສະມາຊິກທີມງານສົນໃຈ
ດັ່ງນັ້ນກ່ອນທີ່ຈະເລີ່ມໂຄງການນີ້ຂ້າພະເຈົ້າຈຶ່ງໄດ້ກັບມາຂໍຄວາມຫມັ້ນໃຈກັບສະມາຊິກກ່ອນວ່າ ໂຄງການທຳອິດຂອງພວກເຮົາ ຄື: ແປ Mozila FireFox ເປັນພາສາລາວ
ເຊິ່ງຈຸດປະສົງຫລັກ ກໍ່ຄື
*ເພື່ອໃຫ້ປະຊົນລາວໄດ້ມີໂປຣແກຣມເວັບບຣາວເຊີ ຂອງດີໆ ທີ່ຟຣີ ໄວ້ໃຊ້ເປັນພາສາລາວ *
ເອົາເປັນວ່າຫາກສະມາຊິກທ່ານໃດ ສົນໃຈເຂົ້າຮ່ວມຂໍໃຫ້ສະແດງຕົວ ແລະ ຕິດຕາມຂ່າວຈາກພວກເຣົາໄດ້ທີ່ນີ້ເລີຍ
ຫລັງຈາກໄດ້ສະມາຊິກຈຳນວນຫນຶ່ງແລ້ວ ທາງທີມງານຈະໄດ້ນັດ ປະຊຸມກັບ ທີ່ປຶກສາ ອາວຸໂສ ກໍຄື ທ່ານ ນິນ ນັ້ນເອງ
ແລ້ວແຜນກໍຈະເລີ່ມ ຄາດວ່າຈະໃຊ້ເວລາບໍ່ດົນ ຫາກພີ່ນ້ອງເຮົາມາຊ່ວຍກັນ ເພື່ອຈະໄດ້ສຳເລັດໂຄງການນີ້
ພີ່ນ້ອງໃຜສົນໃຈແດ່?? ອອກຄຳເຫັນດ່ວນ
ດ້ວຍຄວາມຮັກແພງ
ຫວຽດນາມອອກຄຳສັ່ງຫນ່ວຍງານລັດຕ້ອງໃຊ້ linux
![]()
ກະຊວງວິດທະຍາສາດ ຂອງຫວຽດນາມໄດ້ອອກມາປະກາດ ຄຳສັ່ງ ພາຍໃນໃຫມ່ (Administrative Ruling ບໍ່ແມ່ນກົດຫມາຍ ນະໂຍບາຍຫລືຂໍຄວາມຮ່ວມມື ແຕ່ເປັນຄຳສັ່ງ) ທີ່ຕ້ອງການເພີ່ມການໃຊ້ວຽກໂປຣແກຣມເສລີ ພາຍໃນປະເທດໃນຫນ່ວຍງານຂອງລັດທະບານທັງຫມົດ
ໂດຍຈາກຄຳສັ່ງນີ້ ເຊີເວີ້ຂອງລັດທະບານທັງຫມົດຈະຕ້ອງຣັນຢູ່ລະບົບ linux ເທົ່ານັ້ນ ກຳນົດພາຍໃນ ໓0 ເດືອນຫົກ ປີນີ້ ແລະຫນ່ວຍງານຂອງລັດທັງຫລາຍ(໗0%)ຈະຕ້ອງໃຊ້ OpenOffice.org, Mozilla Firefox, Mozilla Thunderbird ພາຍໃນທ້າຍປີນີ້
ກັບມາຍ້ອນເບີ່ງບ້ານເຮົາ ປານໃດ໋ພາກລັດຈະໃຫ້ຄວາມສຳຄັນຫລາຍຂື້ນກ່ອນນີ້ແນ່ ອ້າຍນ້ອງຂ້າງໆ ກໍ່ນຳໄປກ່ອນລະໃດ໋?
ປລ. ຂະຫນາດປະກາດໃຫ້ພິມເອກະສານເປັນ unicode ຍັງພິມ saysetthaLao ມາຢູ່
ທີ່ມາ BN
ຂອງແທ້ Slashdot
