Debian GNU/Linux 5.0 ອອກແລ້ວ

ເມື່ອວັນແຫ່ງຄວາມຮັກຜ່ານມາ Lenny ຫລື Debian GNU/Linux 5.0 ກໍ່ໄດ້ອອກມາໃຫ້ເຮົາສຳພັດກັບມັນແລ້ວ ຫລັງຈາກທີ່ໄດ້ງຽບມາດົນເຖິງ 22 ເດືອນ Debian ເປັນ Linux distribution ດຽວທີ່ສະຫນັບສະຫນຸນຊີພີຍູເຖິງ 12 ແບບລວມໄປຮອດການທີ່ມີ Windows Manager ແບບ KDE, GNOME, Xfce ແລະ LXDE ອີກນຳ ໃນເວີຊັ້ນນີ້ສະຫນັບສະຫນຸນການເຮັດວຽກກັບ FSH 2.3 ແລະການພັດທະນາຊ໊ອບແວເທິງ LSB Debian GNU/Linux ສາມາດເຮັດວຽກເທິງອຸປະກອນແບບ Palmtop ແລະອຸປະກອນມືຖືໄປຈົນຮອດ supercomputer ແລະນີ້ເອງກໍ່ຄືຂໍ້ໄດ້ປປຽບຂອງ Debian ສະຫນັບສະຫນຸນ CPU ເຖິງ 12 ສະຖາປັດຕະຍະກຳເຊັ່ນ Sun SPARC (sparc), HP Alpha (alpha), Motorola/IBM PowerPC (powerpc), [...]

GNOME Format

GParted ເປັນໂປຣແກຣມແກ້ໄຂພື້ນທີ່ຮາດດິສ ທີ່ຈັດໄດ້ວ່າໃຊ້ວຽກໄດ້ງ່າຍໃນຂັ້ນຫນື່ງ ຊຸດໂປຣແກຣມນີ້ຖືກລວມເຂົ້າໄປໃນ Linux ຕະກູນທີ່ກ່ຽວຂ້ອງ ກັັບການ recovery disk ຫລາຍໂຕ ສຳຫລັບຫນ້າຕາ GParted ອາດບໍ່ຄຸ້ນຫູຄຸ້ນຕາປານໃດ interface ອາດຈະແປກໆໄປ ແຕ່ມັນກໍ່ຄ້າຍຄືກັນກັບ Partition Magic ຢູ່ຫນ້ອຍຫນື່ງ ຈາກ GPartd GNOME ໄດ້ອອກແບບເຄື່ອງມືຈັດການ USB Disk ໂຕໃຫມ່ເຊີ່ງນອກຈາກຈະຈັດການກັບ USB Disk ໄດ້ແລ້ວຢັງສາມາດໃຊ້ວຽກກັບຮາດດີສຂະຫນາດພົກພາໄດ້ອີກ ໂປຣແກຣມດັ່ງກ່າວຊື່ວ່າ GFloppy ຫລື GNOME Format ເຊີ່ງເປັນອີກຫນື່ງເຄື່ອງມືທີ່ສຳຄັນໃນ GNOME
GFloppy ອອກແບບມາໃຫ້ໃຊ້ວຽກໄດ້ງ່າຍ interface ມີຄົບໃນຫນ້າດຽວ

ມາແປ Gnome ກັນເທາະ

ຫາກກ່າວເຖິງ Gnome ຫລາຍຄົນຄົງຈະຮູ້ຈັກ ກັນດີຢູ່ແລ້ວເນາະໂດຍສະເພາະແມ່ນຄົນທີ່ເຄຍໃຊ້ Linux
ມາກ່ອນແລ້ວແມ່ນຄົງຈະຮູ້ດີສຳລັບຜູ້ທີ່ຍັງບໍ່ຮູ້ Gnome ແມ່ນ ສະພາບແວດລ້ອມ ຫລື GUI
(Graphic User Interface)ຫນຶ່ງຂອງ Linux ທີ່ເປັນ Open Source
ແລະ ສາມາດພັດທະນາມາເປັນພາສາລາວໄດ້ ສະນັ້ນແລ້ວ ພີ່ນ້ອງຊາວລາວເຮົາທີ່ຢາກເຫັນລະບົບປະຕິບັດການທີ່ເປັນພາສາລາວ ກໍລະດົມໃຫ້ມາຊ່ວຍກັນແປຊ່ວຍກັນແລະໃນຕອນນີ້ທາງທີມ laoubuntu ກຳລັງພັດທະນາລະບົບປະຕິບັດງານ Linux
ທີ່ Based ໃນ Linux ubuntuແລະກໍ່ໃກ້ຈະສຳເລັດໃນໄວໆນີ້ແລ້ວທາງສ່ວນຊຸດໂປແກຣມແລະສ່ວນການໃຊ້ງານ
ແມ່ນແກ້ໄຂໃຫ້ເຫມາະສົມກັບຜູ້ເລີ່ມຕົ້ນກໍ່ເກືອບວ່າຈະສົມບູນແລ້ວຂາດແຕ່ສ່ວນພາສາລາວທີ່ເປັນພາສາຫລັກຂອງເຮົາ ຄິດວ່າຢາກໃຫ້ມີຫນ້າຕາອອກມາເປັນພາສາລາວເຕັມໂຕ :p
ດັ່ງນັ້ນການທີ່ເຮົາຈະເຮັດໃຫ້ມີເມນູຫລືຂໍ້ຄວາມຕ່າງໆໃນສ່ວນຂອງຊຸດໂປຣແກຣມເປັນພາສາລາວໄດ້ເຮົາກໍ່ຕ້ອງໄດ້ແປ
ເຊິ່ງວ່າຫນ້າຕາທີ່ເຮົາເຫັນໃນ ubuntu ນັ້ນແມ່ນ gnome Desktop ແລະເຮົາຈະແປສ່ວນນີ້ກ່ອນເປັນຫລັກ
ເຊິ່ງວ່າຕອນນີ້ທາງທີມຂອງພວກເຮົາແມ່ນຢັງຂາດຂາດທີມງານທີ່ຈະມາຊ່ວຍໃນການແປ
ສະນັ້ນ ທາງທີມງານຂອງພວກເຮົາເຮົາຈຶ່ງໄດ້ປະກາດຫາຜູ້ທີ່ສົນໃຈຮ່ວມອຸດົມການອັນນ້ອຍໆ
ເພື່ອສ້າງສັນໃຫ້ປະເທດຊາດໄດ້ມີລະບົບຂອງລາວເຮົາໃຊ້ເອງ
ເຊິ່ງລາຍລະອຽດມີດັ່ງນີ້
1.ໄດ້ພາສາອັງກິດ(ໄດ້ຫນ້ອຍຫນື່ງກໍ່ໄດ້ ໄດ້ຫລາຍແຫ່ງດີ ເຮົາມີ Dictionary ໃຫ້)
2. ເຄີຍໃຊ້ LINUX (ບໍ່ເຄີຍບໍ່ເປັນຫຍັງດຽວເລີ່ມນຳກັນ ຈະມີການອົບຮົມໃຫ້)
3. ມີຄວາມຮັບຜິດຊອບ
4. ຮັກທີ່ຈະເຮັດວຽກກັບ Open Source
5. ຮັກໃນງານອາສາສະຫມັກ ແລະ ຊ່ວຍເຫລືອເພື່ອນມະນຸດ ຮັກໃນການພັດທະນາແລະຫາຄວາມຮູ້ໃຫມ່ໆ
ລາຍລະອຽດກໍ່ບໍ່ມີຫຍັງຫລາຍສຳຫລັບຜູ້ທີ່ສົນໃຈຂໍພຽງຢາກເຮັດແລະຕັ້ງໃຈທີ່ຈະເຮັດ
ບໍ່ຕ້ອງກັງວົນວ່າເຮົາບໍ່ໄດ້ຫຍັງແລ້ວຈະເຮັດໄດ້ບໍ່ເຮົາຕອບເລີຍວ່າໄດ້ ບໍ່ເປັນຫຍັງ
(ບາງເທື່ອຊິລົມກັບທາງຫົວຫນ້າທີມ Os555 ວ່າເພີ່ນຊິຈັດ ອົມຮົມສະເພາະງານນີ້ໄດ້ບໍ່ [...]

ມີຫຍັງໃຫມ່ໃນ GNOME 2.24

ແລະແລ້ວກໍ່ກັບມາຕາມຮອບ 6 ເດືອນຕາມກຳນົດການອອກຂອງ GNOME
ຮອບນີ້ມາກັບລຸ້ນ 2.24 ພ້ອມສິ່ງຫນ້າສົນໃຈດັ່ງນີ້

ແທັບແລະໂຫມດ compact ໃນ Nautilus
Empathy ໂປຣແກຣມ IM ທີ່ພັດທະນາເທິງແຟມເວີກ Telepathy
Ekiga 3.0 ໂປຣແກຣມ VoIP ທີ່ໃຊ້ SIP
ໂປຣແກຣມປັບແຕ່ງລາຍລະອຽດຫນ້າຈໍ ທີ່ອີງສະເປັກ XRandR
GNOME Mobile ສຳຫລັບເອົາໄປໃຊ້ກັບມືຖື ເຊິ່ງເປັນພື້ນຖານໃຫ້ແພັດຟອມມືຖືຫລາຍໂຕເຊັ່ນ OpenMoko ແລະ Maemo

ສ່ວນລາຍລະອຽດແບບເຕັມໆໄປອ່ານໄດ້ທີ່ http://library.gnome.org/misc/release-notes/2.24/
ເວີ່ຊັ້ນນີ້ຫນ້າສົນໃຈຫລາຍໆ ເຫັນແບບນີ້ຄືຊິໄດ້ບອກລາ 8.04.1 LTS ແລ້ວແລ້ວພົບກັນໃນ intrepid ibex

Ubuntu: For Desktops, Servers, Netbooks and in the cloud