ໃຊ້ apt-p2p ເພຶ່ອ Upgrades ຈາກ Intrepid ເປັນ Jaunty

apt-p2p ແມ່ນ p2p proxy ສຳຫລັບ apt dowloads, ຫລືເວົ້າງ່າຍໆຄືແບບໂຫລດ ບິດນັ້ນແຫລະ ພໍດີມື້ນີ້ ຊິອັບເກດ ເຊີ່ເວີ້ຈາກ 8.10 ເປັນ 9.04 ເຊິງຖ້າ ໃຊ້ HTTP download ມັນກໍ່ໄດ້ແຕ່ເຮົາຢາກໃຊ້ແບບນີ້. ຂໍ້ດີໃນການເຮັດ apt-p2p ຄືຊ່ອຍ save bandwidth, ແລະຊ່ອຍປະຫຍັດການເຮັດວຽກຂອງ cpu memory resources ຢູ່ ubuntu mirrors.
ວິທີ:
1. Install apt-p2p

sudo apt-get install apt-p2p
2. Prepare sources.list
#Backup sources.list
root@localhost:-$ sudo cp /etc/apt/sources.list /etc/apt/sources.list-apt-p2p-backup

Ubuntu 9.04 ອອກແລ້ວ ໃນ Code name :Jaunty Jackalope

ໃນວັນທີ່ 23 / 04 / 2009. ອຸບັນຕູ 9.04 ໄດ້ອອກມາເວີຊັ່ນເຕັມ ເພື່ອໃຫ້ພີ່ນ້ອງແຟນໆ ອຸບັນຕູໄດ້ຊື່ນຊົມກັບ ເວີຊັ່ນໃຫມ່
ເຊິ່ງໃນນີ້ທາງທີມພັດທະນາໄດ້ກ່າວວ່າ ໃນເວີຊັ່ນນີ້ໄດ້ມີການປັບປຸງລະບົບຕ່າງໃຫ້ດີຂຶ້ນຫລາຍກວ່າເກົ່າເຊັ່ນ

ການບູດເຄື່ອງທີ່ໄວຂຶ້ນ
ການສະຫນັບສະຫນູນຢ່າງເຕັມຮູບແບບກັບ notebook/PC ບາງຫຍີ່ຫໍ້
ປັບປຸງລະບົບການ hibernate
ການສະຫລັບ 3G / Wifi ໄດ້ດີຂຶ້ນ ແລະ ສະຫນັບສະຫນູນ ບັນດາ card ຕ່າງໆໄດ້ຫລາຍຂຶ້ນ
ອ່ານລາຍລະອຽດເພີ່ມເຕີມໄດ້ທີ່
http://www.ubuntu.com/products/whatisubuntu/904features

ເອົາເປັນວ່າພີ່ນ້ອງທ່ານໃດຢາກລອງກໍອັບເກຣດໄດ້ເລີຍ
ຫລື ທ່ານໃດຢາກຂໍແຜ່ນມາໄວ້ເປັນທີ່ລະນຶກກໍ່ສາມາດຂໍໄດ້ທີ່
https://shipit.ubuntu.com/

ຄວາມສາມາດໃຫມ່ໃນ Ubuntu 9.04

ອີກບໍ່ດົນ Ubuntu 9.04 ກໍ່ຈະອອກມາໃຫ້ເຮົາໄດ້ໃຊ້ກັນແລ້ວ ແລະຕອນນີ້ Alpha 6 ເຊິ່ງເປັນລະຫັດລຸ້ນສຸດທ້າຍຂອງ Alpha ແລະຈະກ້າວເຂົ້າສູ່ Beta Release ແລະ Release Cadidate ແລະຈົບລົງທີ່ Final Release ຫາກໃຜໂຫລດມາລອງ ກ່ອນຫນ້ານີ້ ຄວາມຮູ້ສຶກຄືຊິບໍ່ຕ່າງຈາກ Intrepid ປານໃດ ແຕ່ຫາກເບີ່ງດີດີແລ້ວຈະມີສິ່ງໃຫມ່ຫລາຍຢ່າງ …
ຄວາມສາມາດໃຫມ່ຂອງ Ubuntu 9.04(jaunty Jackalope)
kernel 2.6.28 ເປັນເຄເນລໃຫມ່ທີ່ມີການປັບປຸງໃຫ້ມີປະສິດຕິພາບ ຮອງຮັບ hardware ໃຫມ່ໆໄດ້ຫລາຍຂື້ນ ເຮັດໃຫ້ ubuntu ລ້ຳຫນ້າເກີນ ລິນຸກ ຕະກູນອື່ນ

ເພີ່ມຄວາມໄວໃນການບູສ ລະບົບ
ມີລະບົບປ້ອງກັນ ຮາສດີດ ຈາກແຮງກະທົບພາຍນອກ
ລະບົບຈັດການຫນ່ວຍຄວາມຈຳດີຂຶ້ນ
GEM ແມ່ນລຳບົບຈັດສັນຫນ່ວຍຄວາມຈຳຂອງ GPU ໃຫ້ດີຂື້ນ
ຮອງຮັບລະບົບ ext4

X.Org server 1.6 [...]

ubuntu 9.10

ອີກບໍ່ດົນ Jaunty Jackalope ຫລື ubuntu 9.04 ໂຕເຕັມກໍ່ຈະອອກມາມາແລ້ວ(ທ້າຍເດືອນ4)ແລະ Mark Shuttleworth ກໍ່ບໍ່ຖ້າຫຍັງ ປະກາດແຜນ Ubuntu 9.10 ເຊີ່ງມີລະຫັດວ່າ Karmic Koala ເຊິ່ງນັກພັດທະນາວາງແຜນພັດທະນາຄວາມສາມາດຂອງ cloud ສຳຫລັບ Ubuntu Server ເພີ່ມປະສິດຕິພາບໃຫ້ຄວາມໄວການ boot ຂອງ Ubuntu Desktop ແລະພັດທະນາ distro ສຳຫລັບ netbook ຕໍ່ໄປ. Ubuntu ເປັນ distro ທີ່ອອກລຸ້ນໃຫມ່ທຸກໆ 6 ເດືອນ ເຊິ່ງ Kamic Koala ເປັນລຸ້ນຫລັງຈາກ Jaunty Jackalope (Ubuntu 9.04).
ສຳຫລັບ Kamic Koala ລຸ້ນ Server Canonical ວາງແຜນພັດທະນາໃຫ້ Ubuntu Server ເປັນ [...]

Ubuntu: For Desktops, Servers, Netbooks and in the cloud