Debian GNU/Linux 5.0 ອອກແລ້ວ

ເມື່ອວັນແຫ່ງຄວາມຮັກຜ່ານມາ Lenny ຫລື Debian GNU/Linux 5.0 ກໍ່ໄດ້ອອກມາໃຫ້ເຮົາສຳພັດກັບມັນແລ້ວ ຫລັງຈາກທີ່ໄດ້ງຽບມາດົນເຖິງ 22 ເດືອນ Debian ເປັນ Linux distribution ດຽວທີ່ສະຫນັບສະຫນຸນຊີພີຍູເຖິງ 12 ແບບລວມໄປຮອດການທີ່ມີ Windows Manager ແບບ KDE, GNOME, Xfce ແລະ LXDE ອີກນຳ ໃນເວີຊັ້ນນີ້ສະຫນັບສະຫນຸນການເຮັດວຽກກັບ FSH 2.3 ແລະການພັດທະນາຊ໊ອບແວເທິງ LSB Debian GNU/Linux ສາມາດເຮັດວຽກເທິງອຸປະກອນແບບ Palmtop ແລະອຸປະກອນມືຖືໄປຈົນຮອດ supercomputer ແລະນີ້ເອງກໍ່ຄືຂໍ້ໄດ້ປປຽບຂອງ Debian ສະຫນັບສະຫນຸນ CPU ເຖິງ 12 ສະຖາປັດຕະຍະກຳເຊັ່ນ Sun SPARC (sparc), HP Alpha (alpha), Motorola/IBM PowerPC (powerpc), [...]

ເມື່ອ KDE ມີຢູ່ໃນ Windows

KDE on Windows Project ເປັນໂຄງການ port Qt ໃຫ້ໃຊ້ວຽກໂປຣແກຣມເທິງ KDE ເທິງ MS Windows ໄດ້ ຕອນນີ້ກໍ່ສາມາດໃຊ້ວຽກໄດ້ແລ້ວເທິງ Windows 2000, XP, 2003 และ Vista ຫລັງຈາກ KDE 4.2 ເປີດໂຕໄປເມື່ອວັນທີ່ 27 ມັງກອນທີ່ຜ່ານມາ ທີມງານ KDE on Windows ໄດ້ອອກ RC ຢູ່ Windows ເມື່ອວັນທີ່ 19 ແລະໄດ້ເປີດໃຫ້ທົດສອບ ໂດຍພຸ້ງປະເດັນໄປທີ່ການທົດສອບແລະການພຣີວິວ ເພື່ອແກ້ໄຂຂໍ້ຜິດພາດແລະຕອນນີ້ KDE 4.2 on Windows ກໍ່ເກືອບໆຈະສົມບູນແລ້ວ ຄວາມຄືບຫນ້າຂອງໂຄງການນີ້ Kalinow ຫນື່ງໃນທີມງານໂຄງການ KDE on Windows ໄດ້ນຳເອົາ KDE [...]

ອອກມາແລ້ວ KDE 4.2

KDE 4.2ເຊິ່ງມີຊື່ລຸ້ນວ່າ “The answer” ແລະໄດ້ຖືກຕັ້ງໃຫ້ເປັນໂຕຫລັກໃນລຸ້ນ 4.x ໄດ້ປ່ອຍອອກມາແລ້ວ
ຫລັງຈາກ KDE 4.0 ເປີດໂຕມາແຕ່ເດືອນມັງກ່ອນປີກາຍນີ້ ກໍ່ໄດ້ມີການປັງປຸງແກ້ໄຂກັນເລື້ອຍມາຈົນຮອດລຸ້ນ 4.1 ຈົນມາຮອດປັດຈຸບັນກໍ່ໄດ້ມີການແກ້ໄຂສ່ວນຕ່າງໆພ້ອມທັງສ່ວນຂອງການໃຊ້ງານໃຫ້ສະດວກແລະງ່າຍຂື້ນໃນລຸ້ນ 4.2 ນີ້
ສຳຫລັບເຮົາເອງ KDE 4.2 ຢັງບໍ່ໄດ້ລອງເທື່ອ ແຕ່ເບີ່ງຈາກຮູບແລ້ວ ການຈັດການຫນ້າຕາ ການໃຊ້ງານລວມໄປຮອດເມນູ ນັບວ່າຫນ້າສົນໃຈຫລາຍໆ ສຳຫລັບ ເອັບເຟັກນັ້ນປະທັບໃຈມາແຕ່ລຸ້ນ 4.1 ແລ້ວຫວັງວ່າລຸ້ນນີ້ອາດຈະເຮັດໃຫ້ໃຜບາງຄົນລືມ compiz ໄປເລີຍ
ເພີ່ມເຕີມໄດ້ທີ່
http://www.kde.org

Ubuntu: For Desktops, Servers, Netbooks and in the cloud