ບົດຄວາມ ວິທີການ ລົງ LAMP Server Ubuntu/Debian

ໃຜບາງຄົນກໍອາດຈະງົງວ່າ LAMP ມັນແມ່ນຫຍັງກັນແທ້
LAMP ກະຄື

=========
Linux
Apache
Mysql
PHP
=======

ເຊິ່ງຫມາຍວ່າຫາກເຄື່ອງເຮົາລົງເປັນ LAMP ໄວ້ກະຖືວ່າມາດເອົາມາເປັນ Web server ໄດ້ເລີຍເນາະ
ມື້ນີ້ຂ້າພະເຈົ້າຈະມານຳສະເຫນີວິທີການລົງ LAMP ໃນ Ubuntu 8.04 ຂອງຂ້າພະເຈົ້າເອງ

ເລີ່ມເລີຍ
ກ່ອນອື່ນກະໄປທີ່

terminal

ແລ້ວທຳການ ຍົກລະດັບເປັນ Super User ກ່ອນດ້ວຍຄຳສັ່ງ

sudo -i

ແລ້ວລະບົບຈະຖາມຫາລະຫັດໃຫ້ເຮົາໃສ່ລະຫັດລົງໄປ

ຕໍ່ມາກະ

ລົງ Apache2 ແລະ PHP5 ກັນກ່ອນ
ດ້ວຍຄຳສັ່ງ
apt-get install apache2 php5 libapache2-mod-php5

ແລະກະລໍຖ້າຈົນກວ່າມັນຈະໂຫລດແລ້ວ

ຫລັງຈາກມັນໂຫລດທຸກຢ່າງແລ້ວ ກໍທຳການທົດສອບ Webserver ໂດຍການ
ເປີດ Firefox ຂື້ນມາ
ແລ້ວໃສ່ url ໄປທີ່ http://localhost

ຫາກລະບົບມັນທຳງານ ກໍ່ຈະບອກວ່າ It’s Work

ຫລັງຈາກມັນໂຫລດທຸກຢ່າງແລ້ວ ກໍທຳການທົດສອບ PHP ດ້ວຍຄຳສັ່ງ
gedit /var/www/phpinfo.php

ແລ້ວຈະປາກົດຫນ້າຕ້າງ Geditor ມາໃຫ້
ໃຫ້ເຮົາຂຽນລົງໄປວ່າ

<?php phpinfo(); ?>

ແລ້ວກໍ Save
ແລ້ວເປີດ Firefox ຂື້ນມາ
ແລ້ວໃສ່ url ໄປທີ່ http://localhost/phpinfo.php

(more…)