Laozaa Project

ໂຄງການນີ້ເປັນໂຄງການຂອງ ທາງ laozaa ແລະຂ້າພະເຈົ້າກໍ່ຖືວ່າເປັນໂຄງການຂອງ laoubuntu ນຳເພາະວ່າ…..
ຜ່ານໄປ 1 ອາທິດຫລັງຈາກທີ່ໄດ້ອອກແບບສຳຫລວດໄປແລ້ວທີ່ ກະທູ້
http://laozaa.com/thread-6874-1-1.html
ປາກົດເຫັນວ່າ ສຽງສ່ວນໃຫຍ່ແມ່ນ ສະມາຊິກໃຫ້ຄວາມສົນໃຈກັບງານແປໂອເພິ່ນຊອດຫລາຍກ່ອນ
ເຊັ່ນທີ່ເຫັນກັນເດັ່ນໆ ແມ່ນໂປຣແກຣມ Mozila FireFox ແລະ ຂ້າພະເຈົ້າກໍ່ຖືວ່າເປັນການດີ ຫາກອ້າຍນ້ອງ ສະມາຊິກທີມງານສົນໃຈ
ດັ່ງນັ້ນກ່ອນທີ່ຈະເລີ່ມໂຄງການນີ້ຂ້າພະເຈົ້າຈຶ່ງໄດ້ກັບມາຂໍຄວາມຫມັ້ນໃຈກັບສະມາຊິກກ່ອນວ່າ ໂຄງການທຳອິດຂອງພວກເຮົາ ຄື: ແປ Mozila FireFox ເປັນພາສາລາວ
ເຊິ່ງຈຸດປະສົງຫລັກ ກໍ່ຄື
*ເພື່ອໃຫ້ປະຊົນລາວໄດ້ມີໂປຣແກຣມເວັບບຣາວເຊີ ຂອງດີໆ ທີ່ຟຣີ ໄວ້ໃຊ້ເປັນພາສາລາວ *
ເອົາເປັນວ່າຫາກສະມາຊິກທ່ານໃດ ສົນໃຈເຂົ້າຮ່ວມຂໍໃຫ້ສະແດງຕົວ ແລະ ຕິດຕາມຂ່າວຈາກພວກເຣົາໄດ້ທີ່ນີ້ເລີຍ
ຫລັງຈາກໄດ້ສະມາຊິກຈຳນວນຫນຶ່ງແລ້ວ ທາງທີມງານຈະໄດ້ນັດ ປະຊຸມກັບ ທີ່ປຶກສາ ອາວຸໂສ ກໍຄື ທ່ານ ນິນ ນັ້ນເອງ
ແລ້ວແຜນກໍຈະເລີ່ມ ຄາດວ່າຈະໃຊ້ເວລາບໍ່ດົນ ຫາກພີ່ນ້ອງເຮົາມາຊ່ວຍກັນ ເພື່ອຈະໄດ້ສຳເລັດໂຄງການນີ້
ພີ່ນ້ອງໃຜສົນໃຈແດ່?? ອອກຄຳເຫັນດ່ວນ
ດ້ວຍຄວາມຮັກແພງ

Laoubuntu on fukduk.tv

ອອກມາແບບມິດໆ ສຸ້ມໆ ກັນ ກັນລາຍການ ໂທລະພາບ ອອນລາຍສາຍເລືອດ Open Source (Session U 2.0 : Outside) ກັບຕອນທີ່ວ່າ ” Build up a Fortune ” ທາງລາຍການເພິ່ນກະໄດ້ມາສຳພາດ ທີມງານ ລາວອຸບັນຕູ ຂອງພວກເຮົາ
ໄປຟັງສຽງສຳພາດກັນໄດ້ເລີຍ

ຂໍ້ມູນເພີ່ມເຕີມໄດ້ທີ່
http://fukduk.tv/9/029

Ubuntu: For Desktops, Servers, Netbooks and in the cloud