directory ທີ່ຈຳເປັນໃນລະບົບ linux / unix

ເຂົ້າເລື່ອງກັນເລີຍເນາະ / (root) ຄື directory ຂອງ root /bin = ເປັນ directory ໃຊ້ເກັບຄຳສັ່ງທົ່ວໄປ ລວມທັງຄຳສັ່ງ utilities ຂອງລະບົບນຳ /dev = ເປັນບ່ອນເກັບ device file ສຳຫລັບໄວ້ອ້າງອີງເຖິງອຸປະກອນ ໂດຍອຸປະກອນທຸກໆ ໂຕຈະມີ file ອ້າງອີງເຊັ່ນ /dev/tty1 ແປວ່າ serial port(com2) /boot = ເປັນບ່ອນເກັບ ເຄີເນລ ແລະໄຟລ໌ທີ່ຈຳເປັນຕໍ່ການ boot ຂອງລະບົບ /etc = ເປັນ directory ຫນື່ງທີ່ສຳຄັນຕໍ່ລະບົບ ໃຊ້ໄວ້ເກັບຄຳສັ່ງເພິ່ມເຕີມ ແລະໃຊ້ເກັບໄຟລຂໍ້ມູນປະເພດການຕັ້ງຄ່າ (configuration) /proc = ເປັນບ່ອນເກັບ ຂໍ້ມູນໃນຕອນທີ່ໂຕປະມວນຜົນ (process) ກຳລັງເຮັດວຽກຢູ່ /home = ແມ່ນ directory ພື້ນຖານທົ່ວໄປ [...]

ໂຄງສ້າງຂອງລະບົບ unix/linux

ເກັບຕົກມາຈາກງານ release party ພໍດີມີຄົນຖາມວ່າ kernel ມັນແມ່ນຫຍັງ ເຮົາກໍ່ເວົ້າໆໄປຜ່ານໆ ເອົາເປັນວ່າມື້ນີ້ມາຊ້ຳຄືນອີກເທື່ອກໍ່ແລ້ວກັນ ໃນລະບົບ unix / linux ນັ້ນໂດຍພື້ນຖາມມັນຈະມີຫລັກການເຮັດວຽກທີ່ຄືກັນໂດຍອາໄສ kernel ເປັນໂຕເຊື່ອມລະຫວ່າງ apps ກັບ shell ໄປຈົນຮອດ ອຸປະກອນຕ່າງໆ ແບ່ງອອກເປັນ ສີ່ ລຳດັບແບບນີ້ application V kernel V shell V hardware application : ຄືສ່ວນໂປຣແກຣມຕ່າງໆ ທີ່ຜູ້ພັດທະນາຫລືຜູ້ໃຊ້ ຂຽນຂື້ນມາຫລື ຕິດຕັ້ງເພື່ອໃຊ້ງານ ກໍ່ແລ້ວແຕ່ ເຊັ່ນ pelr, php, c.. ເປັນຕົ້ນ kernel : ຄືສ່ວນທີ່ໃຊ້ຄວບຄຸມການເຮັດວຽກຂອງລະບົບທັງຫມົດ ໂຕເຄເນລຈະຂື້ນຢູ່ກັບອຸປະກອນຂອງແຕ່ລະລຸ້ນ ເຊັ່ນ i386 shell : ຄື command interpreter ທີ່ເປັນໂຕກາງໄວ້ຖ້າຮັບຄຳສັ່ງຈາກຜູ້ໃຊ້ວຽກຜ່ານທາງ ຄີບອດແລ້ວແປຄຳສັ່ງຕ່າງໆ [...]

ຕັ້ງ Web server ງ່າຍໆກັບ apt-get

ປະຈຸບັນ linux ນັບມື້ນັບພັດທະນາໃຫ້ໃຊ້ວຽກໄດ້ງ່າຍກ່ອນເກົ່າບໍ່ວ່າຈະເປັນ ຕະກູນໃດ ນັບແຕ່ການຕິດຕັ້ງ application ຮອດ configuration ຈາກແຕ່ກ່ອນການຈະເຮັດ webserver ອາດເປັນເລື່ອງຢາກ ຕ້ອງໄດ້ຕິດນັ້ນຕັ້ງນີ້ກ່ວາຈະໄດ້ຕ້ອງນຳກັນເອົາແທ້ເອົາວ່າ ເອົາລະມື້ນີ້ພໍດີໄດ້ເຮັດ webserver ກໍ່ເລີບເອົາມາແປະໆໄວ້ how-to >terminal ຕັ້ງ apache ກັນກ່ອນ root@debian:~$ apt-get install apache2 ຕໍ່ດ້ວຍ php root@debian:~$ apt-get install php5 libapache2-mod-php5 php5-xsl php5-gd php-pear ແລະ mysql server ຖ້າມັນຖາມ password ກໍ່ໃສ່ໄປ (root ຂອງ mysql) root@debian:~$ apt-get install mysql-server ລົງໂມດທີ່ຈຳເປັນ root@debian:~$ apt-get install libapache2-mod-auth-mysql php5-mysql mysql-admin ແລະ [...]

ແກ້ໄຂ XML ດ້ວຍ Amaya

Amaya ເປັນຊ້ອບແວທີ່ພັດທະນາໂດຍທີມ W3C ເຊິ່ງເປັນທັງໂປຣແກຣມແກ້ໄຂເວບແລະຄົ້ນຫາເວບໃນໂຕ ຈຸດປະສົງຂອງ W3C ຄືຕ້ອງການເຄື່ອງມືທີ່ພັດທະນາໄດ້ຕາມ technology ທີ່ W3C ກຳນົດ ຖ້າທ່ານຄິດຫາ HTML editor ແບບ Dreamweaver ລືມໄປໄດ້ເພາະ Amaya ໃຫ້ທ່ານຫລາຍກ່ວານັ້ນ ດ້ວຍຄວາມສາມາດໃນການແກ້ໄຂເອກະສານ XML, XHTML, MathML ແລະ SVG ເຮັດໃຫ້ລືມເຄື່ອງມືພັດທະນາເວບແບບເກົ່າໆໄປໄດ້ເລີຍ Amaya ຍັງສາມາດແກ້ໄຂເອກະສານໄດ້ຫລາກຫລາຍ ດ້ວຍຄວາມສາມາດທີ່ເປັນໄດ້ທັງ browser ແລະ editor, ເຮົາສາມາດຕັ້ງ Amaya ເທິງ Windows, Linux ແລະ Mac ໄດ້ເພາະມັນເປັນ ໂອ່ເພັນຊ໊ອດ ດາວໂຫລດໄດ້ທີ່ http://www.w3.org/Amaya/ ທີ່ມາ thaiopensource

Ubuntu: For Desktops, Servers, Netbooks and in the cloud