laozaa ລະດົມພົນຮ່ວມໃຈແປ “ຫມາປີ້ງ”

ອັນນີ້ແມ່ນອ້າງອີງຈາກຄຳເວົ້າຂອງ au8ust ຕອນນີ້ໂຄງການແປ Firefox ໄດ້ຄືບໜ້າໄປຫຼາຍແລ້ວ ຫຼ້າສຸດແມ່ນສາມາດ compile ເປັນ .xpi ທີ່ໃຊ້ໄດ້ກັບທຸກ OS ໄດ້ແລ້ວ ບໍ່ວ່າທ່ານຈະໃຊ້ Firefox ໃນ Windows ໃນ Mac OS X ຫຼືໃນ Linux ເຊັ່ນ Ubuntu, Fedora, etc.. ທ່ານກໍ່ສາມາດນຳໃຊ້ Firefox ພາສາລາວໄດ້ຢ່າງງ່າຍດາຍພຽວລົງ addon ພາສາລາວເພີ່ມເທົ່ານັ້ນ!! ຮູບດ້ານເທິງ (ສະກົດ ເຄື່ອງ ຜິດ .. ຂໍອະໄພ ຟ້າວໂພດ) ເປັນການທົດສອບແບບໜ້າ About ຂອງ Firefox ເຊິ່ງຫຼັງຈາກແປແລ້ວ ໆ ກໍ່ຈັດການ compile ແລະທົດສອບ ປະກົດວ່າໃຊ້ໄດ້ບໍ່ມີຜິດພາດ (ອັນທີ່ຈິງມີ) ເຊິ່ງກໍ່ສາມາດສະຫຼຸບໄດ້ວ່າ ບັນຫາດ້ານເທັກນິກໃນການແປນັ້ນ ຖືກຈັດການຮຽບຮ້ອຍແລ້ວ ແລ້ວເຫຼືອບັນຫາຫຍັງ?

Ubuntu: For Desktops, Servers, Netbooks and in the cloud