GOOGLE Group ຂອງ Lao ubuntu
ເອົາລະພໍ່ແມ່ພີ່ນ້ອງ ຫາກໃຜສົນໃຈຮັບຂ່າວສານ ຈາກທີມງານເຮົາ ທ່ານສາມາດເຂົ້າຮ່ວມ Mailing List ຈາກທາງທີມງານໄດ້ທີ່
http://groups.google.com/group/laoubuntu
ແຕ່ທ່ານຕ້ອງມີ Gmail ກ່ອນເພື່ອຈະໃຊ້ໃນການຮັບສົ່ງເມວແລະ Login ໃນ google
ຕອນນີ້ທາງທີມງານກຳລັງລະດົມຄົນເພື່ອຊ່ວຍສ້າງສັນພາສາລາວໃນ Linux ໃຫ້ເຫັນເປັນຮູບຮ່າງຄືປະເທດອື່ນ
ແປ Gnome
ທາງທີມງານຈະມີການຈັດ ອົບຮົມສຳລັບສະມາຊິກທີ່ອາສາສະຫມັກເຂົ້າຮ່ວມໂຄງການນີ້ເອົາເປັນວ່າພວກເຮົາຈະລາຍງານຄວາມຄືບຫນ້າ ໃຫ້ທ່ານຮູ້ອີກເປັນໄລຍະໄລຍະ
ຂອບໃຈ
ທີມງານ Lao ubuntu
ເຮັດ repository ໃຫ້ກັບ ubuntu
ພໍດີຊ່ວງຝຶກງານອ້າຍໆໃນຫ້ອງການກໍ່ສົນໃຈ Ubuntu
ເຮົາກໍ່ເລີຍຄິດໄວ້ວ່າເອີ້ຖ້າມື້ຫນື່ງຫມົດຫ້ອງການພາກັນໃຊ້ຫມົດແລ້ວເນັດ512
ມັນຊິໄຫວຫວາດຽວກໍ່ອັບເດດນັ້ນນີ້ໆໆໆ ບໍ່ຢາກຈະຄິດ
ແລ້ວເຮົາພໍດີຈື່ໄດ້ວ່າອ້າຍອ໋ອງ (ອານຸສິດ) ເພິ່ນໄດ້ຂຽນໄວ້ໃນ thaiopensource
ເຮົາກໍ່ເລີຍເອົາມາໄວ້ນີ້:p
ກຳນົດ repo ໄວ້ /var/www/package
$ sudo -s
$ mkdir /var/www/packages
$ cd /var/www/packages
ສ້າງບ່ອນເກັບ (pool)
$ mkdir -p pool/main
$ mkdir -p dists/hardy/main/binary-i386
$ mkdir .cache
ສ້າງ config ຟາຍສຳຫລັບຂໍ້ມູນ repository
$ sudo gedit apt-release.conf
ໃສ່ຂໍ້ມູນຕາມລາຍລະອຽດທາງລຸ່ມ
APT::FTPArchive::Release::Codename “hardy”;
APT::FTPArchive::Release::Origin “laoubuntu.com”;
APT::FTPArchive::Release::Components “main”;
APT::FTPArchive::Release::Label “laoUbuntu Repository”;
APT::FTPArchive::Release::Architectures “i386″;
APT::FTPArchive::Release::Suite “hardy”;
ສ້າງຟາຍ apt-ftparchive.conf ເພື່ອລະບຸ config ຂອງ repo
$ sudo gedit apt-ftparchive.conf
ໃສ່ຂໍ້ມູນດັ່ງຕໍ່ໄປນີ້
Dir {
ArchiveDir “.”;
CacheDir “./.cache”;
};
Default {
Packages::Compress “. gzip bzip2″;
Contents::Compress “. gzip bzip2″;
};
TreeDefault {
BinCacheDB “packages-$(SECTION)-$(ARCH).db”;
Directory “pool/$(SECTION)”;
Packages “$(DIST)/$(SECTION)/binary-$(ARCH)/Packages”;
Contents “$(DIST)/Contents-$(ARCH)”;
};
Tree “dists/hardy” {
Sections “main”;
Architectures “i386″;
}
ຈາກນັ້ນກໍ່ໄປຫາ .deb ມາໃສ່ລົງໄປໃນ pool/main
(more…)
