ໃຊ້ apt-p2p ເພຶ່ອ Upgrades ຈາກ Intrepid ເປັນ Jaunty

apt-p2p ແມ່ນ p2p proxy ສຳຫລັບ apt dowloads, ຫລືເວົ້າງ່າຍໆຄືແບບໂຫລດ ບິດນັ້ນແຫລະ ພໍດີມື້ນີ້ ຊິອັບເກດ ເຊີ່ເວີ້ຈາກ 8.10 ເປັນ 9.04 ເຊິງຖ້າ ໃຊ້ HTTP download ມັນກໍ່ໄດ້ແຕ່ເຮົາຢາກໃຊ້ແບບນີ້. ຂໍ້ດີໃນການເຮັດ apt-p2p ຄືຊ່ອຍ save bandwidth, ແລະຊ່ອຍປະຫຍັດການເຮັດວຽກຂອງ cpu memory resources ຢູ່ ubuntu mirrors. ວິທີ: 1. Install apt-p2p sudo apt-get install apt-p2p 2. Prepare sources.list #Backup sources.list root@localhost:-$ sudo cp /etc/apt/sources.list /etc/apt/sources.list-apt-p2p-backup

Ubuntu 9.04 installation & review

ຫລັງຈາກທີ່ຄ່ອຍຖ້າກັນມາຫລາຍເດືອນໃນທີ່ສຸດ ubuntu 9.04 Jaunty Jackalope, ກໍໄດ້ເປີດໂຕອອກມາ. Download iso file ຂອງ ubuntu ມາແລ້ວກະ burn ໃສ່ CD/DVD ໄດ້ຕາມໃຈມັກ ຫລື ໃຜທີ່ສາມາບູດຈາກ USB Thumbdrive ໄດ້ກະແນະນຳ http://lubi.sourceforge.net/unetbootin.html ມາເລີມກັນເລີຍ, ຫນ້າຕ່າງທຳກອິດກໍທຳການເລືອກພາສາພາແລະແບບການໃຊ້ງານ ບໍ່ມີຫຍັງຕ່າງຈາກເວີຊັ້ນກ່ອນໆ ຫນຶ່ງໃນສິ່ງທີ່ຕ່າງຈາກເວີຊັ້ນກ່ອນໆແມ່ນຫນ້າ usplash ແລະຄວາມໄວ້ໃນການບູດ

Ubuntu 9.04 ອອກແລ້ວ ໃນ Code name :Jaunty Jackalope

ໃນວັນທີ່ 23 / 04 / 2009. ອຸບັນຕູ 9.04 ໄດ້ອອກມາເວີຊັ່ນເຕັມ ເພື່ອໃຫ້ພີ່ນ້ອງແຟນໆ ອຸບັນຕູໄດ້ຊື່ນຊົມກັບ ເວີຊັ່ນໃຫມ່ ເຊິ່ງໃນນີ້ທາງທີມພັດທະນາໄດ້ກ່າວວ່າ ໃນເວີຊັ່ນນີ້ໄດ້ມີການປັບປຸງລະບົບຕ່າງໃຫ້ດີຂຶ້ນຫລາຍກວ່າເກົ່າເຊັ່ນ ການບູດເຄື່ອງທີ່ໄວຂຶ້ນ ການສະຫນັບສະຫນູນຢ່າງເຕັມຮູບແບບກັບ notebook/PC ບາງຫຍີ່ຫໍ້ ປັບປຸງລະບົບການ hibernate ການສະຫລັບ 3G / Wifi ໄດ້ດີຂຶ້ນ ແລະ ສະຫນັບສະຫນູນ ບັນດາ card ຕ່າງໆໄດ້ຫລາຍຂຶ້ນ ອ່ານລາຍລະອຽດເພີ່ມເຕີມໄດ້ທີ່ http://www.ubuntu.com/products/whatisubuntu/904features ເອົາເປັນວ່າພີ່ນ້ອງທ່ານໃດຢາກລອງກໍອັບເກຣດໄດ້ເລີຍ ຫລື ທ່ານໃດຢາກຂໍແຜ່ນມາໄວ້ເປັນທີ່ລະນຶກກໍ່ສາມາດຂໍໄດ້ທີ່ https://shipit.ubuntu.com/

ຕັ້ງ Web server ງ່າຍໆກັບ apt-get

ປະຈຸບັນ linux ນັບມື້ນັບພັດທະນາໃຫ້ໃຊ້ວຽກໄດ້ງ່າຍກ່ອນເກົ່າບໍ່ວ່າຈະເປັນ ຕະກູນໃດ ນັບແຕ່ການຕິດຕັ້ງ application ຮອດ configuration ຈາກແຕ່ກ່ອນການຈະເຮັດ webserver ອາດເປັນເລື່ອງຢາກ ຕ້ອງໄດ້ຕິດນັ້ນຕັ້ງນີ້ກ່ວາຈະໄດ້ຕ້ອງນຳກັນເອົາແທ້ເອົາວ່າ ເອົາລະມື້ນີ້ພໍດີໄດ້ເຮັດ webserver ກໍ່ເລີບເອົາມາແປະໆໄວ້ how-to >terminal ຕັ້ງ apache ກັນກ່ອນ root@debian:~$ apt-get install apache2 ຕໍ່ດ້ວຍ php root@debian:~$ apt-get install php5 libapache2-mod-php5 php5-xsl php5-gd php-pear ແລະ mysql server ຖ້າມັນຖາມ password ກໍ່ໃສ່ໄປ (root ຂອງ mysql) root@debian:~$ apt-get install mysql-server ລົງໂມດທີ່ຈຳເປັນ root@debian:~$ apt-get install libapache2-mod-auth-mysql php5-mysql mysql-admin ແລະ [...]

Ubuntu: For Desktops, Servers, Netbooks and in the cloud