GOOGLE Group ຂອງ Lao ubuntu

ເອົາລະພໍ່ແມ່ພີ່ນ້ອງ ຫາກໃຜສົນໃຈຮັບຂ່າວສານ ຈາກທີມງານເຮົາ ທ່ານສາມາດເຂົ້າຮ່ວມ Mailing List ຈາກທາງທີມງານໄດ້ທີ່

http://groups.google.com/group/laoubuntu

ແຕ່ທ່ານຕ້ອງມີ Gmail ກ່ອນເພື່ອຈະໃຊ້ໃນການຮັບສົ່ງເມວແລະ Login ໃນ google

ຕອນນີ້ທາງທີມງານກຳລັງລະດົມຄົນເພື່ອຊ່ວຍສ້າງສັນພາສາລາວໃນ Linux ໃຫ້ເຫັນເປັນຮູບຮ່າງຄືປະເທດອື່ນ
ແປ Gnome
ທາງທີມງານຈະມີການຈັດ ອົບຮົມສຳລັບສະມາຊິກທີ່ອາສາສະຫມັກເຂົ້າຮ່ວມໂຄງການນີ້ເອົາເປັນວ່າພວກເຮົາຈະລາຍງານຄວາມຄືບຫນ້າ ໃຫ້ທ່ານຮູ້ອີກເປັນໄລຍະໄລຍະ
ຂອບໃຈ

ທີມງານ Lao ubuntu

ຕິດຕັ້ງ E-box ໃຫ້ ubuntu

ebox ເປັນ Package ຫນື່ງທີ່ມີໄວ້ Manage Server ໂດຍຈະຊ່ອຍໃຫ້ Admin Manage ໄດ້ງ່າຍຂື້ນ

ລວມມີ Firewall Transparent Proxy and Content Filter

Windows PDC/File Sharing
DHCP Server
DNS Cache
802.1q VLANs

ຕິດ e-box ສຳຫລັບ Ubuntu (package stable) ເພີ່ມ sourcelist ໃຫມ່ລົງໄປ

deb http://ppa.launchpad.net/juruen/ubuntu hardy main

ຈາກນັ້ນສັ່ງ e-box ໄດ້ເລີຍໂດຍໃຊ້
$ sudo apt-get update
$ sudo apt-get install “^ebox-.*”

Ubuntu (package testing) ຕິດ sourcelist ໃຫມ່ເຊັ່ນດຽວກັນ
ສຳຫລັບ Hardy

deb http://ppa.launchpad.net/ebox-unstable/ubuntu hardy main

ສຳຫລັບ Intrepid

deb http://ppa.launchpad.net/ebox-unstable/ubuntu intrepid main

** ລະຫັດຜ່ານຫນ້າ admin ຂອງ e-box ແມ່ນ ebox

ຂອບໃຈບົດຄວາມດີໆຈາກອ້າຍອະນຸສິດ anoochit

ຜົນຈາກ Training11 (Ubuntu from Scratch)

ໃນທີ່ສຸດຫລັງຈາກທີ່ງົມມາເກືອບຊາວຊົ່ວໂມງ ຕັ້ງແຕ່ວານນີ້ທີ່ໄດ້ແຕ່ ບູສ ຂື້ນ ຫນ້າ command ລ້າໆ
ມື້ນີກໍ່ໄດ້ ອ້າຍອ໋ອງມາສອນແບບສະເພາະກິດໃຫ້ແລະແລງໆອ້າຍຫມີກໍ່ມາຊ່ອຍ ອີກແຮງ
ທີມລາວຖືກທາດໄຟເຂົ້າແຊກໄປຫລາຍເຕີບແຕ່ດີທີ່ໄດ້ ປະລຳມະຈານ ບູ້ຕື້ງ ມາສະກັດຈຸດໃຫ້ ເລີຍໄດ້ອອກມາເປັນ
ພະລັງລົມປານ .iso ແບບ liveCD ແລະສາມາດຕິດຕັ້ງໄດ້ພ້ອມ ຕອນນີ້ອາໄສ gnomeDesktop ໄປກ່ອນ ດຽວຫາXdesktop
ທີ່ເຫມາະສົມໄດ້ແລ້ວຈະອະລັງການງານສ້າງ ເປັນແນວໃດ໋ກໍ່ຕິດຕາມກັນຕໍ່ໄປ

ຮູບຫນ້າlogin

(more…)

« Previous PageNext Page »