Laoubuntu on fukduk.tv

ອອກມາແບບມິດໆ ສຸ້ມໆ ກັນ ກັນລາຍການ ໂທລະພາບ ອອນລາຍສາຍເລືອດ Open Source (Session U 2.0 : Outside) ກັບຕອນທີ່ວ່າ ” Build up a Fortune ” ທາງລາຍການເພິ່ນກະໄດ້ມາສຳພາດ ທີມງານ ລາວອຸບັນຕູ ຂອງພວກເຮົາ
ໄປຟັງສຽງສຳພາດກັນໄດ້ເລີຍ

ຂໍ້ມູນເພີ່ມເຕີມໄດ້ທີ່

http://fukduk.tv/9/029

UbuntuClub Training11 (Ubuntu from Scratch)

UbuntuClub Training11 (Ubuntu from Scratch)ສຳມະນາກອນໄດ້ສ້າງ Ubuntu ໄປໃນແບບຂອງຕົວເອງ

ຜ່ານໄປແລ້ວສຳລັບງານຝຶກອົບຮົມໃນເຊິງ Workshop ໃນການສ້າງ ປັບແຕ່ງ Linux Ubuntu ຈາກແກນແທ້ ເພື່ອໃຫ້ໄດ້ Ubuntu ໃນແບບຂອງຕົວເອງ ກໍ່ໄດ້ເຂົ້າໃຈເຖິງແກ່ນແທ້ ແລະ ໂຄງສ້າງໃນການທີ່ປະກອບເປັນ Ubuntu ເລັກນ້ອຍໃນຫລັກສູດນີ້ ເປົ້າຫມາຍແມ່ນຈະໃຫ້ນັກສຳມະນາກອນໄດ້ສ້າງ Ubuntu ໄປໃນແບບຂອງຕົວເອງ ແຕ່ດ້ວຍການຄາດເວລາຂອງຫລັກສູດ ສັ້ນເກີນໄປ ເລີຍເຮັດໃຫ້ບໍ່ທັນເພາະວ່າ ການທ່ຈະເຂົ້າໃຈແກ່ນແທ້ ແລະ ສາມາດແກ້ໄຂໃນຈຸດຕ່າງໆ ແລະ ຈະໃຫ້ແກ້ໄຂລະບົບຕ່າງໄດ້ນັ້ນແມ່ນກິນເວລາໄປບໍ່ນ້ອຍເພາະລະບົບຕ່າງໆ ແມ່ນເຮັດຜ່ານ Command ທັງຫມົດ
ແຕ່ກໍ່ສາມາດເຮັດໃຫ້ ສາມາດ ສ້າງ ISO ໄດ້ແລະ ສາມາດ BOOT ໄດ້ແລ້ວ ເຊິ່ງສາມາດເອົາໄປຕໍ່ຍອດໃນການພັດທະນາເປັນ Live CD ຕໍ່ໄປ

ການເຂົ້າຮ່ວມຄັ້ງນີ້ໄດ້ເຮັດໃຫ້ທາງທີມງານເຮົາຮູ້ຈັກຄຳວ່າ Open ຫລາຍຂຶ້ນເພາະທາງທີມງານ Ubuntu Club ແມ່ນມີການຕ້ອນຮັບແບບອົບອຸ່ນຫລາຍ
ຝາກຂໍຂອບໃຈໄປ ຫາ ອ້າຍ ມະລະ, ອ້າຍ ອ໋ອງ ແລະ ທີມງານ ທຸກໆທ່ານ ທີ່ ຕ້ອນຮັບເປັນຢ່າງດີ

ອ້າຍ ມະລະ (ເສື້ອດຳຜົມຍາວ) ຫົວຫນ້າທີມ Ubuntu Club
ອ້າຍ ອ໋ອງ(ເສື້ອເທົາ) ເຮັດວຽກກັບ ຫນ່ວຍງານ Open Source ໃນ SIPA ແລະ thaiopensource.org
ອ້າຍ ມິກ(ເສື້ອແດງ) ຫົວຫນ້າຫນ່ວຍງານ ຂໍ້ມູນຂ່າວສານ ຈາກກະຊວງກະສິກຳ ແລະ ປ່າໄມ້
ໂອ໊ດ (ເສື້ອດຳລາວຊ້າ) ຫົວຫນ້າທີມ ລາວຊ້າ ແລະ ເປັນຫົວຫນ້າທີມ ສະບາຍດີ Linux (Lao Ubuntu)
ທິບ(ເສື້ອຂາວ) ເປັນຜູ້ຊ່ວຍໃນທີມ Lao ubuntu ແລະ ຄ້ນຄວ້າທາງດ້ານ Linux

Os and Mara

Tip & Os

tip os

ຫົວຫນ້າທີມ Ubuntu club ມອບຂອງທີ່ລະນຶກ ໃຫ້ທີມລາວ ເປັນ ຈອກ Ubuntu version 8.04
os

SEE MORE PHOTO HERE

http://punlao.com/Os555/albums/1701/12050

Os555