GOOGLE Group ຂອງ Lao ubuntu

ເອົາລະພໍ່ແມ່ພີ່ນ້ອງ ຫາກໃຜສົນໃຈຮັບຂ່າວສານ ຈາກທີມງານເຮົາ ທ່ານສາມາດເຂົ້າຮ່ວມ Mailing List ຈາກທາງທີມງານໄດ້ທີ່

http://groups.google.com/group/laoubuntu

ແຕ່ທ່ານຕ້ອງມີ Gmail ກ່ອນເພື່ອຈະໃຊ້ໃນການຮັບສົ່ງເມວແລະ Login ໃນ google

ຕອນນີ້ທາງທີມງານກຳລັງລະດົມຄົນເພື່ອຊ່ວຍສ້າງສັນພາສາລາວໃນ Linux ໃຫ້ເຫັນເປັນຮູບຮ່າງຄືປະເທດອື່ນ
ແປ Gnome
ທາງທີມງານຈະມີການຈັດ ອົບຮົມສຳລັບສະມາຊິກທີ່ອາສາສະຫມັກເຂົ້າຮ່ວມໂຄງການນີ້ເອົາເປັນວ່າພວກເຮົາຈະລາຍງານຄວາມຄືບຫນ້າ ໃຫ້ທ່ານຮູ້ອີກເປັນໄລຍະໄລຍະ
ຂອບໃຈ

ທີມງານ Lao ubuntu

ລົງໄດລເວີ້ Wireless ຜ່ານ ndiswrapper

ເລື່ອງບັນຫາໄດລເວີ້ Wireless ຄືຊິມີຜູ້ເກີດບັນຫາສຳມະປິຫລາຍໆໆໆໆຢ່າງສະນັ້ນເຮົາມາຫາວິທີແກ້ດ້ວຍ Ndiswrapper ກັບໄດລເວີ້ Windows XP
ມີວິທີປະມານນີ້

1. ເປີດ Terminal (ອີກແລ້ວ) ສັ່ງ sudo aptitude install ndiswrapper ndisgtk
2. ເປີດ Administration > Windows Wireless Driver ແລ້ວເລືອກໄປທີ່ຊີດີ (ຫາໄຟລ .inf )Drivers/Wireless/ndis5x/net5211.inf (ສົມມຸດເດີ້ນິ)

ແລ້ວກະໄດ້ Wireless ໃຊ້ຢ່າງສຳບາຍໃຈ…ແຕ່…..ບັນຫາມັນຄືວ່າ…ສັນຍານຫນ້ອຍກ່າວເກົ່າ ປະມານ 30ເປີເຊັນ -*- (ຄິດໄປເອງຕີ້ເບາະ)